ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໜ່ວຍ​ສິລະ​ປະ ກອງ​ບັນຊາ​ການ​ທະຫານ​ແຂວງ ​ວຽງ​ຈັນ
ເຄື່ອນ​ໄຫວ​ສະແດງ​ຮັບ​ໃຊ້​ຢູ່​ເຂດ​ຈຸດ​ສຸມ​ພັດທະນາ​ຜາ​ສັງ

     ວັນ​ທີ 3 ມັງກອນ 2024 ນີ້, ໜ່ວຍ​ສິລະ​ປະກອງ​ບັນຊາ​ການ​ທະຫານ​ແຂວງ​ວຽງ​ຈັນ, ນຳ​ໂດຍ ສະຫາຍ ພັນ​ໂທ ຫຸມພັນ ສີ​ສົມ​ພອນ
ກໍາມະການຄະນະ​ພັກ​ ກອງ​ບັນຊາ​ການ, ຮອງ​ຫົວໜ້າຫ້ອງ​ການເມືອງ ກອງບັນຊາການທະຫານ​ແຂວງວຽງຈັນ ໄດ້​ນຳພາ​ຄະນະ​ສິລະ​ປະ
ເຄື່ອນໄຫວ​ສະແດງ​ຮັບ​ໃຊ້​ໃຫ້​ແກ່​ການ​ນຳ​ແຂວງ, ຂັ້ນ​ເມືອງ ແລະ ປະຊາຊົນ​ບັນດາເຜົ່າ​ຢູ່​ເຂດ​ຈຸດ​ສຸມ​ພັດທະນາ​ຜາ​ສັງ ເມືອງ​ເຟືອງ ແຂວງ​
ວຽງ​ຈັນ, ໂດຍມີສະຫາຍ ຄຳ​ພັນ ສິດທິ​ດຳ​ພາ ກຳມະການ​ສູນ​ກາງ​ພັກ, ເລຂາ​ພັກ​ແຂວງ, ເຈົ້າແຂວງໆວຽງ​ຈັນ, ມີ​ບັນດາ​ຄະນະປະຈຳ​ພັກ
​ແຂວງ, ກຳມະການ​ພັກ​ແຂວງ, ເລຂາ​ພັກ​ເມືອງ, ອົງການ, ພະແນກການ ແຂກ​ຖືກ​ເຊີນ ຕະຫຼອດ​ຮອດປະຊາຊົນ​ບັນດາເຜົ່າເຂົ້າ​ຮ່ວມ​ຮັບ
ຊົມ​ຢ່າງ​ຫຼວງຫຼາຍ.

     ລາຍການ​ທີ່​ນຳ​ມາ​ສະແດງ​ປະກອບ​ມີ 6 ລາຍການ​ຄື: ບົດ​ຟ້ອນ​ຊົມ​ອາ​ລຸນ​ວັນ​ໃໝ່​ສະແດງ​ໂດຍ​ໝູ່​ຍິງ, ຮ້ອງເພງ​ຊົນເຜົ່າ​ມົ້ງຮ້ອງ​ດ່ຽວ
​ຍິງ ມ່ວນຊື່ນ​ບຸນ​ກິນ​ຈຽງ, ບົດ​ຟ້ອນ​ສຽງ​ຂຸ່ຍ​ຈອມ​ພູ​ສູງ​ ຟ້ອນ​ໂດຍ​ໝູ່​ ຍິງ-ຊາຍ, ຮ້ອງ​ດ່ຽວ​ຍິງ ຂັບ​ເຈີມ​ຊົນເຜົ່າ​ກຶມ​ມຸ, ບົດ​ຟ້ອນ​ມ່ວນຊື່ນ​
ຊຽງ​ກະ​ລໍ ແລະ ການສະແດງ​ເປົ່າ​ຂຸ່ຍ ບົດ​ເພງ ທຳ​ມະ​ຊາດ​ພູ​ດອຍ. ແຕ່​ລະ​ລາຍການ​ລ້ວນ​ແລ້ວແຕ່​ສະແດງເພື່ອ​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ມູນ
ເຊື້ອ​ ແລະ ການດຳລົງຊີວິດ, ວັດທະນະທຳ-ສັງຄົມ​ທີ່​ດີ​ຂອງ​ຊາດ, ຂອງ​ປະຊາຊົນ​ລາວ​ບັນດາເຜົ່າ. ທັງ​ນີ້, ​ເພື່ອ​ເປັນ​ການ​ຂ່ຳນັບ​ຮັບຕ້ອນ
​ວັນ​ປະຫວັດສາດ​ສຳຄັນ​ຕ່າງໆ​ ຂອງ​ຊາດ, ​ຂອງ​ພັກ, ຂອງ​ກອງທັບ ເປັນຕົ້ນ​ແມ່ນ​ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ ຄົບຮອບ 75 ປີ ໃຫ້​
ມີ​ເນື້ອ​ໃນ​ຄວາມ​ໝາຍ​ເລິກເຊິ່ງ​ ທັງ​ເປັນ​ການ​ປະກອບສ່ວນ​ສ້າງ​ຄວາມ​ມ່ວນຊື່ນ​ປຸກລະດົມ​ກຳລັງ​ໃຈ​ໃຫ້​ປະຊາຊົນ​ບັນດາ ເຜົ່າ ເນື່ອງ​ໃນ​
ໂອກາດ​ຮັບຮອງ​ເອົາ​ເຂດ​ຈຸດ​ສຸມ​ພັດທະນາ​ຜາ​ສັງ ເປັນ​ຕົວ​ເມືອງ​ນ້ອຍ​ໃນ​ຊົນນະບົດ ແຫ່ງ​ທີ 1 ຂອງ​ແຂວງ​ ວຽງ​ຈັນ ໃນ​ຄ່ຳ​ຄືນ​ດຽວ​ກັນ
​ຍັງ​ໄດ້​ຮັບ​ຊົມ​ການສະແດງ​ກາ​ຍະ​ສິນ ຈາກ​ກອງ​ກາຍະ​ສິນ​ແຫ່ງ​ຊາດ, ຊົມ​ການສະແດງ​ຟ້ອນ​ລາຍ​ງ້າວ​ຈາກ​ບ້ານ​ປາກ​ກະ​ຍຸງ ແລະ ການສະ
ແດງ​ຈາກນ້ອງ​ນັກຮຽນ​ຈາກ​ໂຮງຮຽນ​ມັດທະຍົມຕອນ​ຕົ້ນ​ຜາ​ສັງ ​ຕື່ມ​ອີກ.

ແຫຼ່ງທີ່ມາ: ຂກທ
ວັນທີ 09/01/2024